JINHEA Rose Vitality Toner 100mL

Original price was: 1,440฿.Current price is: 720฿.

  • ຈັດສົ່ງທົ່ວປະເທດ.
  • ວິທີການຊໍາລະ: COD ຫຼື ໂອນຜ່ານທາງທະນາຄານລ່ວງຫນ້າໄດ້.
  • ບໍລິສັດ JINHEA ຈັດຈຳໜ່າຍພຽງຜູ້ດຽວໃນລາວ
  • ພະນັກງານໃຫ້ຄຳປຶກສາຢ່າງມືອາຊີບ
  • ຄ່າຂົນສົ່ງ 0 Baht - ສົ່ງຟຣີທົ່ວປະເທດລາວ.
Add to Wishlist
Add to Wishlist
BUY NOW ໂທຫາເພື່ອຢືນຢັນແລະຈັດສົ່ງ

ລາຍລະອຽດ

JINHEA ROSE VITALITY TONER 100mL

ນ້ໍາດອກກຸຫລາບປັບສົມດຸນ pH, ໃຫ້ຄວາມຊຸ່ມຊື່ນແກ່ຜິວ

ປະລິມານ: 100mL

JINHEA Rose Vitality Toner ມັນເປັນຜະລິດຕະພັນທີ່ມີສານ hydrat, ສະຫນອງຄວາມຊຸ່ມຊື່ນໃນຂະນະທີ່ຊ່ວຍປັບສົມດຸນ pH ທີ່ເຫມາະສົມຂອງຜິວ, ຊ່ວຍໃຫ້ຜິວມີຄວາມອ່ອນນຸ້ມ, ເພີ່ມຄວາມສາມາດໃນການດູດຊຶມສານອາຫານຈາກຜະລິດຕະພັນດູແລຜິວຫນັງອື່ນໆ. ສ່ວນປະສົມຫຼັກຂອງ Rose Vitality Toner ລວມມີ: ສານສະກັດແລະນ້ຳມັນດອກກຸຫຼາບ, ສານສະກັດຈາກຕົ້ນໝາກກໍ່ ມາຈາກອາເມລິກາເໜືອ, ນ້ຳມັນລະຫູງ ແລະ  Allantoin. 

ຂໍ້ມູນຜະລິດຕະພັນ: 

1/ ເປັນ Toner ທີ່ໃຫ້ຄວາມຊຸ່ມຊື່ນແລະປັບຄ່າ pH ຂອງຜິວໃຫ້ສົມດູນ: 

JINHEA Rose Vitality Toner ເປັນຜະລິດຕະພັນທີ່ມີຄວາມຊຸ່ມຊື່ນແລະປັບສົມດູນທີ່ມີສານສະກັດຈາກນ້ຳມັນດອກກຸຫລາບ. 

ດ້ວຍໂຄງສ້າງຂອງແຫຼວ,ອ່ອນກວ່ານ້ໍາ, ຊຶມເຂົ້າສູ່ຜິວໄດ້ໄວ.ໃຫ້ຄວາມຮູ້ສຶກສົດຊື່ນ,ເຢັນທັນທີ,ຜິວແຫ້ງຈະຮຽບນຽນ,ໜຸ້ມຂື້ນ. 

2/ ສາມາດນ້ຳໃຊ້ຄືກັບສະເປນ້ຳແລ່ (mist) ໃຫ້ກັບຜິວ : 

ນອກຈາກວິທີໃຊ້ຫຼັກຄື ໃຊ້ປະລິມານທີ່ເໝາະສົມຖູໃຫ້ທົ່ວໆ ແລະ ຕົບເບົາໆ ເພື່ອໃຫ້ຊືມເລິກເຂົ້າສູ່ຜິວ ແລະ ແລະ Toner ຂອງ JINHEA ຍັງສາມາດໃຊ້ໄດ້ 2 ວິທີຄື:

ສີດສະເປນ້ຳແລ່ (mist) ທຸກຄັ້ງທີ່ຮູ້ສຶກວ່າຜິວແຫ້ງ ຕຶງ, ຈະເຮັດໃຫ້ຜິວເຢັນລົງໄດ້. 

ໃຊ້ຜະລິດຕະພັນເປັນ lotion-mask. ໃຊ້ toner ລົງໃສ່ສຳລີແລະທາລົງພື້ນຜິວ 

― ປະສົມກັບຮອງພື້ນ ຫຼື ໃຊ້ທາຜິວກ່ອນທາຮອງພື້ນ 5 ນາທີກ່ອນ ເພື່ອຊ່ວຍໃຫ້ການແຕ່ງໜ້າລຽບນຽນ,ບໍ່ເຮັດໃຫ້ຈັບຕົວເປັນກ້ອນ. 

*NOTE: ເພື່ອໃຫ້ສານອາຫານຊືມເຂົ້າສູ່ຜິວ,ຄວນເຮັດຄວາມສະອາດຜິວກ່ອນ. 

3/ ປະກອບດ້ວຍນ້ຳມັນ ດອກກຸຫຼາບ  Damask:

ວັດຖຸຫຼລັກຂອງສາຍ JINHEA Rose Line ເປັນດອກກຸຫຼາບ Damask – ແພງທີ່ສຸດໃນຕາເວັນອອກກາງ ແລະ ເອີລົບ. ອິງຕາມສະຖິຕິປະຈຳປີ 2020,  ເພື່ອໃຫ້ໄດ້ນ້ຳມັນຫອມລະເຫີຍ 0,1ml ຕ້ອງໃຊ້ດອກໄມ້ທີ່ຜ່ານການຮັບຮອງເຖິງ 2000ດອກ (ບໍ່ໄດ້ບົດ).  ແລະ ເພື່ອໃຫ້ໄດ້ນ້ຳມັນດອກກຸຫຼາບ 1kg ຕ້ອງໃຊ້ດອກໄມ້ສົດເຖິງ 3.5 ໂຕນ. . 

ດ້ວຍລາຄານ້ຳມັນຫອມລະເຫີຍ Damask 6.000–6.500ຢູໂລ/ລິດ ສ່ວນປະກອບນີ້ຈະປະກົດໃນສະເພາະກຸ່ມຜະລິດຕະພັນຊັ້ນສູງເທົ່ານັ້ນ. 

ໃຊ້ນ້ຳມັນຫອມລະເຫີຍເປັນຫຼັກ ແລະ ສານສະກັດຈາກດອກໄມ້ Damask ອາດກ່າວໄດ້ວ່າ: ກະຊັບຮູຂຸມຂົນ, ເຮັດໃຫ້ ໜຸ້ມ,ຜ່ອນຄາຍ,ເຕີມເຕັມສານອາຫານສຳລັບຜິວ,ຟື້ນຟູຜິວ,ຕ້ານລິ້ວລອຍ ແລະ ຕ້ານຄວາມແຫ້ງກ້ານເປັນຢ່າງດີ.

4/ ຜະລິດຕະພັນມີກິ່ນຫອມແບບທໍາມະຊາດແລະບໍ່ເຮັດໃຫ້ເກີດອາການແພ້ຕໍ່ຜິວຫນັງ: 

ຊະໜິດດອກກຸຫຼາບທຳມະດາ ດ້ວຍສ່ວນປະກອບຂອງດອກກຸຫລາບ Damask ໃນຜະລິດຕະພັນ, ບໍ່ຈໍາເປັນຕ້ອງເພີ່ມສ່ວນປະສົມຂອງນ້ຳຫອມທຽມໃດໆ. ນອກຈາກນີ້ ຍັງມີສິ່ງສຳຄັນຈາກປະເພດ “ຄຳແຫຼວ” ອີກ ປອດໄພທີ່ສຸດ ບໍ່ກໍ່ໃຫ້ເກີດອາການແພ້ ເຖິງວ່າຜິວຈະບອບບາງທີ່ສຸດ ແລະ ປົກປ້ອງຜິວຈາກລັງສີ ultraviolet. ດອກກຸຫຼາບ Damask ມີກິ່ນຫອມເຢົ່າຢວນ ແລະ ຕິດທົນນານກ່ວາດອກກຸຫຼາບທົ່ວໄປເຖິງ 3ເທົ່າ. 

5/ ປະກອບດ້ວຍສູດໃຫ້ຄວາມຊຸ່ມຊື່ນທີ່ມີປະສິດທິພາບສູງ: 

ສານສະກັດຈາກ ຕົ້າໝາກກໍ່ (Witch Hazel): ປະກອບດ້ວຍສານ tanin ຈຳນວນຫຼາຍ, ມີອິດທິລິດຕ້ານການອັກເສບ,ຕ້ານເຊື້ອແບັກທີເລຍ,ກຳຈັດສິ່ງເປິະເປື້ອນ,ປ້ອງກັນບໍ່ໃຫ້ເກີດສິວ,ຮູຂຸມຂົນນ້ອຍລົງ, ລົດການລະຄາຍເຄືອງ ແລະ ປົກປ້ອງຜິວ 

― ນ້ຳມັນລະຫູງ (Castor Oil) : ມີຄຸນສົມບັດໃນການລ້າງສານພິດ, ຂ້າເຊື້ອແບັກທີເຣັຍ, ທຳຄວາມສະອາດຜິວ, ຊ່ວຍເປີດຮູຂຸມຂົນ, ຫຼຸດຜ່ອນການເກີດຮອຍຫ່ຽວ, ປ້ອງກັນຄວາມແກ່, ຊ່ວຍໃຫ້ຜິວອ່ອນໄວ ມີສຸຂະພາບດີ ແລະ ລຽບນຽນ.

Allantoin: ມີຜົນໃນການປອບປະໂລມ ໃຫ້ຄວາມຊຸ່ມຊື່ນ, ອ່ອນໂຍນ, ຕ້ານລິ້ວລອຍ ແລະ ປິ່ນປົວສິວຮ່ວມກັບ Glycerin – ມ້ອຍເຈີໄລ່ເຊີທີ່ຊົງພະລັງ,ຈຶ່ງເປັນຄູ່ – ຮັກສານ້ຳທີ່ດີເລີດສໍາລັບຜິວ. 

6/ ເຫມາະ​ສໍາ​ລັບ​​ໃຊ້ໃນຊີວິດ​ປະ​ຈໍາ​ວັນ​: 

ໃຊ້ປະລິມານທີ່ເໝາະສົມແລ້ວນວດເບົາໆໃສ່ຜິວ ເພື່ອຊ່ວຍທຳຄວາມຜິວໃຫ້ສະອາດ ແລະ ຜ່ອນຄາຍ. ລໍາດັບການນໍາໃຊ້: Cleansing Gel ⟶ Toner ⟶ Cream.

ໝາຍເຫດ: ຂ້າງເທິງເປັນຂໍ້ມູນຈາກຜູ້ຜະລິກ. ກະລຸນາບັນທຶກໄວ້:

ບໍ່ມີຜະລິດຕະພັນໃດທີ່ເອີ້ນໄດ້ວ່າເໝາະກັບທຸກສະພາບຜິວ 100%, ທ່ານຕ້ອງທົດສອບຜະລິດຕະພັນໃນພື້ນທີ່ນ້ອຍໆກ່ອນໃຊ້ ໃຫ້ທົ່ວໃບໜ້າ• .

ສີຜິວຂອງຜະລິດຕະພັນຂື້ນຢູ່ກັບສີຜິວຂອງແຕ່ລະຄົນ ແລະ ຄວາມລະອຽດຂອງການໃຊ້ອຸປະກອນເອເລັກໂທນິກ  (smartphone, ipad, laptop,…)  

———————————————-

JINHEA ROSE VITALITY TONER
ປະລິມານ: 100ml
ວັນຫມົດອາຍຸ: 3ປີ ນັບຈາກວັນທີ່ຜະລິດ
ວັນທີຜະລິດ: ເບິ່ງຂ້າງກ່ອງ
ເຄື່ອງໝາຍການຄ້າ: JINHEA
ນຳເຂົ້າຈາກ: ເກົາຫຼີ
ບໍລິສັດຮັບຜິດຊອບນຳເຂົ້າ ແລະ ຈັດຈຳໜ່າຍສະເພາະ: ບໍລິສັດ Kim Beauty Lab ຈຳກັດ
ສ່ວນປະກອບ: ເບິ່ງລາຍລະອຽດຢູ່ຂ້າງກ່ອງ
*** ນຳເຂົ້າສິນຄ້າແຕ່ລະຊຸດ ການຫຸ້ມຫໍ່ອາດຈະບໍ່ຄືກັນ

ຫຼັງຈາກທຳຄວາມສະອາດຜິວ, ສີດ Toner ໃນປະລິມານທີ່ເໝາະສົມລົງພື້ນຜິວ,ໃຊ້ນີ້ວກາງແລະນີ້ວນາງນວດຜິວບາງໆ.ລວມການໜວດເບົາໆເປັນວົງກົມ,ຕົບເບົາໆ ເພື່ອໃຫ້ສານອາຫານເຂົ້າສູ່ຜິວຢ່າງເຕັມທີ່. 

*NOTE: ສາມາດໃຊ້ Toner ໃຊ້ແທນສະເປນ້ຳແຫລ່ (mist) ເມື່ອຮູ້ສຶກວ່າຜິວແຫ້ງຕຶງຫຼືຮູ້ສຶກວ່າຜິວຈຳເປັນຕ້ອງ “ຄາຍຮ້ອນ” ທັນທີ!

ກວດສອບ

There are no ກວດສອບ yet.

Be the first to review “JINHEA Rose Vitality Toner 100mL”

Your email address will not be published.