Skincare ແມ່ນຄຳທີ່ຫມາຍເຖິງການດູແລເບິ່ງແຍງຜິວທຸກຂັ້ນຕອນໃນທຸກໆມື້. ປະຕິບັດຕາມຂັ້ນຕອນ Skincare ຈະຊ່ວຍໃຫ້ຜິວລຽບນຽນ ແລະ ມີຊີວິດຊີວາ. ຢ່າງໃດກໍ່ຕາມ, ຫລາຍຄົນຍັງບໍ່ເຂົ້າໃຈລະອຽດກ່ຽວກັບ Skincare ວ່າມັນແມ່ນຫຍັງ, ຂັ້ນຕອນໃນການໃຊ້ Skincare ຕອນເຊົ້າ ແລະ ກາງຄືນ ແມ່ນຄືແນວໃດ?. ລອງມາທຳຄວາມເຂົ້າໃຈຢ່າງລະອຽດກ່ຽວກັບບັນຫານີ້ ໃນຂໍ້ມູນທາງດ້ານລຸ່ມເລີຍ

Skin care ແມ່ນຫຍັງ? 

ເຂົ້າໃຈງ່າຍໆ ມັນແມ່ນການດູແລຜິວ ບໍ່ແມ່ນເຄື່ອງແຕ່ງຫນ້າ. Skincare ມີຄວາມຫມາຍຄື ການເຮັດໃຫ້ຜິວໃຫ້ງາມຈາກຂ້າງໃນ ດ້ວຍການໃຊ້ຜະລິດຕະພັນບຳລຸງຜິວຕາມຂັ້ນຕອນ ແລະ  ຂັ້ນຕອນສະເພາະຂອງມັນ ຈະຊ່ວຍໃຫ້ຜິວສຸຂະພາບດີ, ບໍ່ເຮັດໃຫ້ເກີດສິວ, ບໍ່ເຮັດໃຫ້ເກີດຝ້າກະ, ກະຊັບຮູຂຸມຂົນໃຫ້ນ້ອຍລົງ, ບໍ່ເຮັດໃຫ້ຜິວຫ່ຽວ ແລະ ສຸດທ້າຍມັນກໍ່ຈະເຮັດໃຫ້ຜິວຂາວສົດໃສ. ດັ່ງນັ້ນຂຶ້ນຢູ່ກັບວ່າຈຸດປະສົງຂອງເຈົ້າແມ່ນຫຍັງ ຈົ່ງເລືອກວິທີການດູແລຜິວທີ່ເຫມະສົມ ບໍ່ມີໃຜງາມຄືໃຜໄດ້ 100% ເຈົ້າຕ້ອງງາມໃນແບບຂອງເຈົ້າເອງ.

ຢາກມີຜິວງາມ ແນ່ນອນຕ້ອງມີຂັ້ນຕອນການບໍາລຸງຜິວພື້ນຖານຂອງຕົວເອງ. ມັນແມ່ນຫນຶ່ງໃນນິໄສ ຄວາມລຶ້ງເຄີຍໃນທຸກໆມື້, ບອກລາກັບຄວາມຂີ້ຄ້ານ

ຂັ້ນຕອນທີ 1: ທຳຄວາມສະອາດຜິວ

ທຳຄວາມສະອາດຜິວໃນຕອນເຊົ້າຢ່າງງ່າຍດາຍ,ພຽງແຕ່ເຈົ້າລ້າງຫນ້າໃຫ້ສະອາດດ້ວຍນຳ້ທີ່ສະອາດຫຼື ນຳ້ເກືອເຈືອຈາງກໍ່ໄດ້ແລ້ວ.ຖ້າເຈົ້າມີຜິວມັນ.ເຈົ້າຄວນໃຊ້ຄຮີມລ້າງຫນ້າທີ່ອ່ອນໂຍນຕໍ່ຜິວເພືອຂະຈັດຄວາມມັນທີ່ເກີດຂຶ້ນຫຼັງຈາກຕື່ນນອນ

ຂັ້ນຕອນທີ 2: ການຂັດເຊວຜິວທີ່ຕາຍ 

ຕໍ່ໄປ, ຫລັງຈາກຂັ້ນຕອນການທຳຄວາມສະອາດຜິວທີ່ງ່າຍດາຍແລ້ວ, ຮອດຂັ້ນຕອນການຂັດເຊວຜິວທີ່ຕາຍ, ຂັ້ນຕອນນີ້ມີແມ່ນມັນຈະຊ່ວຍຂັດເຊວຜິວທີ່ຕາຍແລ້ວທີ່ຢູ່ເທິງໃບຫນ້າທີ່ໂຟມລ້າງຫນ້າບໍ່ສາມາດທຳຄວາມສະອາດໄດ້

ການຂັດເຊວຜິວຈະຊ່ວຍໃຫ້ຮູຂຸມຂົນຄາຍຕົວແລະ ນ້ອຍລົງ ເຮັດໃຫ້ຜິວກະຈ່າງໃສ ແລະ ສ້າງເຊວຜິວໃຫມ່

ກ່ອນ ແລະ ຫລັງຈາກການຂັດເຊວຜິວເກົ່າທີ່ຕາຍໃຫ້ແກ່ຜິວ

ມີຫລາຍຊ່ອງທາງໃນການຂັດເຊວຜິວ : ການຂັດເຊວແບບຜິວທີ່ມີເມັດສະຄຮັບ, ການຂັດເຊວຜິວແບບເຈວ (ສຳຫລັບຂັດເຊວຜິວ), ສານໃນການຂັດເຊວຜິວ (ມີສານ AHA),…

ຂັ້ນຕອນທີ 3: ແມ່ນມາສຫນ້າ

ແຜ່ນມາສຫນ້າເປັນຂັ້ນຕອນໃນການໃຫ້ສານອາຫານແກ່ຜິວ, ແຕ່ຄວນໃຊ້ມາສປະມານ 2ຄັ້ງ/ອາທິດ. ເຈົ້າສາມາດເລືອກໄດ້ວ່າຈະໃຊ້ແຜ່ນມາສຫນ້າທີ່ມີຂາຍຕາມທ້ອງຕະຫຼາດ ຫຼື ໃຊ້ມາສຫນ້າຈາກທຳມະຊາດ. ຂຶ້ນຢູ່ກັບຜິວ ແລະ ຄວາມມັກຂອງແຕ່ລະຄົນ ຊຶ່ງມີທາງເລືອກໃຫ້ແກ່ຕົວເອງ

ຂໍ້ແນະນຳ

ແຜ່ນມາສຫນ້າແບບແຫ້ງ JINHEA Vegetal Original Extract Dry & Fresh Mask ຕໍ່ຕ້ານລິ້ງລອຍ ຊ່ວຍໃຫ້ຜິວຂາວ ກະຈ່າງໃສ ລຽບນຽນ ແນະນຳມາສຫນ້າບຳລຸງຜິວເອສເຊັ້ນຫມາກພິລາ ຂອງ JINHEA— ຊຶ່ງເປັນແບຮນເຄື່ອງສຳອາງໃນປະເທດເກົາຫຼີ ແຜ່ນມາສຫນ້າເພີ່ມຄວາມຊຸ່ມຊື່ນ ຊ່ວຍໃຫ້ຜິວລຽບນຽນ & ຜິວສຸຂະພາບດີ ເຕັມໄປດ້ວຍພະລັງງານຕໍ່ຕ້ານລິ້ວລອຍທີ່ພົບເຫັນປະຈຳ. ສ່ວນຜະສົມຈາກທຳມະຊາດຢ່າງຄົບຖ້ວນເຫມາະສຳຫລັບທຸກສະພາບຜິວ ລວມເຖິງຜິວທີ່ບອບບາງ

ຂັ້ນຕອນທີ 4: ການບຳລຸງຜິວຢ່າງລຳ້ລຶກ

ໃຊ້ຜະລິດຕະພັນບຳລຸງຜິວເປັນພິເສດໃຫ້ແກ່ຜິວ ຫຼຶ ເຊລັ່ມບຳລຸງຜິວ, ຂຶ້ນຢູ່ກັບຄວາມຕ້ອງການຂອງຜິວ ຂອງແຕ່ລະຄົນ

ເຮົາຈະແນະນຳຫນ້ອຍຫນຶ່ງກ່ຽວກັບເຊລັ່ມ, ຄຮີມບຳລຸງຜິວສຳຫຼັບຄົນເປັນສິວ ແລະ ຜິວຄຳ້ ດັ່ງລຸ່ມນີ້: 

ຜິວທີ່ເປັນສິວ, ຝ້າ, ກະ : Combo J-OP ເປັນແບຮນສຳຫລັບການຟື້ນຟູຜິວ ແລະ  ຮັກສາປັນຫາສິວ,ຂຸມທີ່ເກີດຈາກສິວ. ຫຼືຊຸດທິສເມັ້ນປັບຜິວໃຫ້ຂາວກະຈ່າງໃສ ແບຮນຈາກປະເທດເກົາຫຼີບຳລຸງຜິວຂາວແລະເພີ່ມຄວາມຊຸ່ມຊື່ນຢ່າງເປັນພິເສດ: ສິນຄ້າຍອດນິຍົມ ຄຮີມອາບຜິວຂາວ ສະປາໄຂ່ມຸກ ຂອງ Firming White Body (ປັບສີຜິວໃຫ້ກະຈ່າງໃສທັນທີ ຫຼັງຈາກໃຊ້ 1 ອາທິດ, ກິ່ນຫອມຂອງນຳ້ຫອມດຶງດູດໃຈ)ຜິວແກ່ກ່ອນໄວ: ຊຸດຜະລິດຕະພັນຍົກກະຊັບ Facelift Collagen 24k ເຫມາະສຳຫຼັບຜູ້ຍິງອາຍຸ 30 ປີຂຶ້ນໄປ ທີ່ກຳລັງມີອາການຫນ້າຫ່ຽວ ຍ່ອນຍານ.

ຂັ້ນຕອນທີ 5: ກັນແດດ 

ດ້ວຍສະພາບອາກາດທີ່ຮ້ອນແຮງ, ຈຳເປັນຕ້ອງໃຊ້ຄຮີມກັນແດດ ເພື່ອປົກປ້ອງຜົນລັບທັງຫມົດໃນຂັ້ນຕອນການບຳລຸງຜິວຂອງເຈົ້າ.

ຢ່າປ່ອຍໃຫ້ຄວາມພະຍາຍາມໃນການບຳລຸງຜິວຂອງເຈົ້າບໍ່ເຫັນຜົນ ພຽງເພາະເຈົ້າຂີ້ຄານທາຄຮີມກັນແດດ. ການເລືອກຄຮີມກັນແດດທີ່ເຫມາະສົມ ແລະ ທາໃຫ້ຖືກຕ້ອງຈະເຮັດໃຫ້ເຈົ້າມີຄວາມຫມັ້ນໃຈໃນທຸກບ່ອນທີ່ເຈົ້າໄປ.

ມີຫນຶ່ງຂໍ້ແນະນຳເພີ່ມຄື ເຈົ້າບໍ່ຈຳເປັນຕ້ອງເລືອກສານກັນແດດ SPF. SPF ສູງ ເພາະຜະສິດທິພາບຂອງຄຮີມ. SPF ຈາກ 15 ຮອດ 50 ມີການປ້ອງກັນແສງແດດທີ່ແຕກຕ່າງກັນພຽງ 1% ເທົ່ານັ້ນ

ຂໍ້ດີທີ່ສຳຄັນຂອງການບຳລຸງຜິວ ຄືການຮັກສາຜິວໃຫ້ຜິວມີສຸຂະພາບດີ. ບໍ່ແກ່ກວ່າໄວ, ຜິວຫ່ຽວ ຕາມການເວລາ. ເຮັດໃຫ້ຜິວຂອງຜູ້ໃຫຍ່ -> ຜິວເດັກນ້ອຍ ມັນເປັນເລື່ອງທີ່ເຮັດບໍ່ໄດ້, ແຕ່ສິ່ງທີ່ເຮົາເຮັດໄດ້ຄື ຮັກສາຜິວທີ່ດີໄວ້ໃຫ້ຍັງຄືເກົ່າ, ບໍ່ກໍ່ໃຫ້ເກີດສິວ, ຜິວກະຈ່າງໃສ, ລຽບນຽນ. ເມື່ອເບິ່ງຍ້ອນກັບໄປອີກຫ້າສິບປີຕໍ່ມາ, ເຫັນວ່າຜິວຍັງຄົງງາມ ຍັງເປັນຢ່າງທີ່ເປັນຢູ່ໃນປັດຈຸບັນ, ນັ້ນມັນບໍ່ແມ່ນຄວາມສຳເລັດທີ່ຍິ່ງໃຫຍ່ບໍ?