ບຳລຸງຜິວໃຫ້ຂາວໄວ ພາຍຫຼັງໃຊ້ 4 ອາທິດ

ເພື່ອການປ່ຽນແປງສີເສື້ອສຳຫຼັບຄົນດຳ‘’ຜິວຄຳ້’’ຜູ້ຍິງຫລາຍຄົນໄດ້ຊອກຫາຄຮີມອາບນຳ້ຊ່ວຍໃຫ້ຜິວຂາວ, ແລ້ວໃຊ້ໂລຊັ່ນທາຜິວຂາວ,…ແຕ່ຜົນລັບທີ່ໄດ້ຕາມມານັ້ນເປັນແນວໃດ ຍາກທີ່ຈະຄາດເດົາໄດ້.

ຢາກມີຜິວຂາວ,ງາມສຸຂະພາບດີເພາະສະນັ້ນເຈົ້າຕ້ອງຮູ້ວິທີໃນການບຳລຸງຜິວໃຫ້ຂາວຂຶ້ນຢ່າງໄດ້ມາດຕະຖານ,ເຂົ້າໃຈຜິວຂອງຕົວເອງນັ້ນຄືກະແຈທີ່ສຳຄັນໃນການເປີດປະຕູສູ່ຜິວຂາວອົມຊົມພູ, ອ່ອນນຸ່ມ ແລະ ສະຫວ່າງໃສໃນທຸກໆມື້.

① ຂັດເຊວຜິວທີ່ຕາຍໃຫ້ແກ່ຜິວ 

ວີທີບຳລຸງຜິວຂາວກໍ່ບໍ່ສາມາດປ່ອຍປະລະເລີຍໄດ້ ນັ້ນກໍ່ຄຶການຂັດເຊວຜິວທີ່ຕາຍແລ້ວຢ່າງລຳ້ເລິກ. ການຂັດເຊວຜິວທີ່ຕາຍຈະຊ່ວຍທຳຄວາມສະອາດຜິວ,ກຳຈັດເຊວຜິວທີ່ຕາຍແລ້ວ, ເຊວຜິວທີ່ຕາຍຢູ່ໃສຮູຂຸມຂົນ, ເຮັດໃຫ້ຜິວສະຫວ່າງຂຶ້ນຢ່າງສະຫມໍ່າສະເຫມີ.

ການຂັດຜິວຈະຕ້ອງໃຊ້ຮ່ວມກັນກັບຜະລິດຕະພັນອາບນຳ້ຜິວຂາວ ເຊັ່ນຜະລິດຕະພັນຂອງ FIRMING & WHITENING BODY CREAM ( ຄຮີມອາບນຳ້ຜິວຂາວ ແລະ ໂລຊັ່ນຜິວຂາວ)

ດ້ວຍສ່ວນຜະສົມທີ່ປອດໄພບໍ່ກໍ່ໃຫ້ເກີດການລະຄາຍເຄືອງຜິວ: Alpha Arbutin, Seawater, Titanium Dioxide,Jojoba oil,Vitamin E,…ໃຊ້ຂະຈັດເຊວຜິວ ຂະຈັດຝຸ່ນ ແລະສິ່ງເປິເປື້ອນ, ລ້າງຝຸ່ນຢ່າງລະອຽດເທິງຜິວຫນ້າ,ຟື້ນຟູສີຜິວທີ່ຄຳ້,ຜິວບໍ່ສະຫມໍ່າສະເຫມີ,ຊ່ວຍໃຫ້ຜິວກະຈ່າງໃສຢ່າງເປັນທຳມະຊາດ,ປ້ອງການຜິວບໍ່ໃຫ້ແກ່ກ່ອນອາຍຸ, ຢັບຢັ້ງການເຮັດວຽກຂອວອານຸມຸນອິດສະຫລະ, ເຮັດໃຫ້ຜິວອ່ອນເຍົາ, ມີຊີວິດຊີວາ.

② ນວດຫນ້າດ້ວຍຜົງເຂົ້າ ແລະ ຜົງຊາຂຽວ

ຫາກເຈົ້າຕ້ອງການໃຫ້ຜິວຂາວ ນຽນນຸ່ມຂຶ້ນ ຢ່າລືມນວດຜິວດ້ວຍຜົງຊາຂຽວ ເພາະມັນຈະຊ່ວຍເພີ່ມຜະສິດທິພາບໃນການທຳຄວາມສະອາດຜິວ, ເຮັດໃຫ້ນຽນນຸ່ມ ແລະ ສະຫວ່າງໃສຂຶ້ນ. ນອກຈາກນັ້ນ, ສ່ວນຜະສົມທັງສອງນີ້ຍັງສາມາດຄວບຄຸມຄວາມມັນໄດ້ອີກດ້ວຍ.

ແລະບໍ່ອຸດຕັນຮູຂຸມຂົນ ສະນັ້ນມັນຈະເປັນສູດຂັດເຊວຜິວທີ່ຕາຍແລ້ວດ້ວຍຜົງສາຂຽວ ສຳຫຼັບຜິວທີ່ມັນ, ຜິວຜະສົມ ຫລື ຜິວ

③ ວິທີບຳລຸງຜິວຈາກພາຍນອກ

ວິທີທີ່ເຮັດໃຫ້ຜິວກາຍຂາວຂຶ້ນດ້ວຍສ່ວນຜະສົມຈາກທຳມະຊາດ ນອກຈາກນັ້ນຍັງປະສົມສານກັນແດດ ເພື່ອປ້ອງກັນຜິວ. ຄຮີມກັນແດດຈະເຮັດຫນ້າທີ່ເປັນເກາະປ້ອງກັນ ເພື່ອລົດຄວາມສ່ຽງທີ່ຈະເຮັດໃຫ້ຜິວດຳຄຳ້ ແລະ ເຮັດໃຫ້ຜິວຂາວຢ່າງຍາວນານ

ຄວນໃຊ້ຄຮີມກັນແດດທີ່ມີຄ່າ SPF ຢ່າງຕຳ່ 30, ເມື່ອທາຄວນທາຄຮີມປະໄວ້ໃນຜິວປະມານ 15-20 ນາທີ ກ່ອນອອກຈາກບ້ານ, ແລະຢ່າລືມໃສ່ຫມວກ, ໃສ່ໂສ້ງເສື້ອກັນແດດ, ແວ່ນກັນແດດ ແລະ ໃສ່ຜ້າປິດປາກເພື່ອປ້ອງກັນບໍ່ໃຫ້ຜິວຫນັງ ໄດ້ຮັບຄວາມເສຍຫາຍຈາກພາຍນອກ.

④ ວິທີບຳລຸງຜິວຈາກພາຍໃນ

ນອກຈາກວິທີການດູແລຜິວໃນແຕ່ລະມື້ທີ່ກ່າວຢູ່ຂ້າງເທິງນັ້ນແລ້ວ ການກິນອາຫານທີ່ມີປະໂຫຍດ ແລະ ການໃຊ້ຊີວິດຢ່າງມີຜະສິດທິພາບ ຍັງເປັນວິທີຊ່ວຍໃນການເຮັດໃຫ້ຜິວລຽບນຽນໄດ້ຢ່າງຍາວນານແລະເຫັນຜົນໄດ້ຊັດເຈນ. ເຈົ້າຄວນເອົາໃຈໃສ່ກັບອາຫານໃນແຕ່ລະມື້, ການພັກຜ່ອນແຕ່ລະມື້ຂອງຕົວເອງຕາມຫຼັກວິທະຍາສາດ. ຕົວຢ່າງຄື: ຊອກບ່ອນທີ່ຫຼັບສະບາຍ, ນອນຫຼັບຢ່າງພຽງພໍ,  ບໍ່ຄວນແລະຈຳກັດການເຮັດໃຫ້ກະຕຸ້ນ, ຈຳກັດການໃຊ້ອຸປະກອນອີເລັກໂທນິກ, ແນະນຳໃຫ້ອອກກຳລັງກາຍທຸກໆມື້, ກິນອາຫານໃຫ້ພຽງພໍເປັນພິເສດເພື່ອເສີມວິຕາມິນໃຫ້ແກ່ຮ່າງກາຍ…

ຜູ້ຊ່ຽວຊານສ່ວນໃຫຍ່ຍອມຮັບວ່າ, ອາຫານບາງຊະນິດເຊັ່ນ: ຊ໋ອກໂກແລັດມີປະໂຫຍດຕໍ່ຜິວ. ຢ່າງໃດກໍ່ຕາມ, ເຈົ້າຄວນການກິນຈຸກກິນຈິກ ແລະອາຫານທີ່ບໍ່ມີປະໂຫຍດ. ອາຫານເຫຼົ່ານີ້ເປັນອາຫານທີ່ບໍ່ດີຕໍ່ຜິວ, ຄວນກິນຜັກ ຫມາກໄມ້ສົດ ແລະ ສານອາຫານຈຳນວນຫລາຍ. ຜະລິດຕະພັນຈາກນົມ ຫຼືມີນຳ້ຕານສູງອາດເຮັດໃຫ້ເກີດສິວໄດ້, ດັ່ງນັ້ນຄວນຫລີກລ້ຽງອາຫານເຫຼົ່ານີ້.